728x90 AdSpace

ຂ່າວຫລ້າສຸດ

Tuesday 17 June 2014

ກຸ່ມຫົວຮຸນ​ແຮງ ISIL ​ຢຶດ​ເອົາ​ເມືອງ Tal Afar ຂອງອີຣັກ (ສະໄລດ໌/ວີດີໂອ)

ກຸ່ມລັດ​ອິສ​ລາມ​ ໃນ​ອີຣັກ ​ແລະ ກຸ່ມ Levant ຫລື​ເອີ້ນ​ລວມວ່າ​ກຸ່ມ ISIL ນັ້ນ ໄດ້​ເຂົ້າ​ຢຶດ​ເອົາ​ເມືອງ Mosul Tikrit ​​ແລະ ​Tal Afar ໄດ້ຂົ່ມຂູ່ຈະ​ບຸກຄືບ​ໜ້າໄປ​ຮອດ​ນະຄອນຫຼວງ Baghdad.


ຊາວ​ເມືອງ ​ແລະ ​ບັນດາ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນຂອງ​ອີຣັກ ກ່າວ​ວ່າ ພວກ​ຊາວ Sunni ​ຫົວ​ຕໍ່ສູ້ ໄດ້​ຢຶດ​ເອົາ​ເມືອງ Tal Afar ​ທາງ ພາກ​ເໜືອ ຂອງປະ​ເທດ ຊຶ່ງ​ເປັນ​ເມືອ​ງຫຼ້າສຸດທີ່​ຖືກຢຶດຄອງ ​ ໃນ​ການຕໍ່ສູ້​ກັນ​ທີ່​ທະວີຄວາມຮຸນ​ແຮງ ຊຶ່ງ​ໄດ້​ເຮັດ​ໃຫ້ ນາໆ ຊາດອອກ​ມາ​ປະນາມ ​ແລະ​ຮຽກຮ້ອງ​ໃຫ້​ມີ​ຄວາມ​ສາມັກຄີ​ກັນ​ ໃນ​ອີຣັກ.

ການ​ຢຶດ​ເອົາ​ເມືອງ​ດັ່ງກ່າວ ​ໃນຕອນເຊົ້າວັນ​ຈັນມື້​ນີ້ ແມ່ນ​ຕິດ ຕາມ​ມາ​ ຫຼັງຈາກ​ເວລາ​ນຶ່ງ​ອາ​ທິດ ທີ່​ພວກ​ຫົວຮຸນ​ແຮງ​ ຈາກກຸ່ມ ​ລັດ​ອິສ​ລາມ​ໃນ​ອີຣັກ ​ແລະກຸ່ມ Levant ຫລື​ເອີ້ນ​ລວມວ່າ​ກຸ່ມ ISIL ນັ້ນ ໄດ້​ເຂົ້າ​ຢຶດ​ເອົາ​ເມືອງ Mosul ​ແລະ Tikrit ແລະ ​ໄດ້ ຂົ່ມຂູ່ຈະ​ບຸກຄືບ​ໜ້າໄປ​ຮອດ​ນະຄອນຫຼວງ Baghdad.

ສະຫະລັດ​ໄດ້ສົ່ງກຳລັງ​ທະຫານບົກ ​ແລະນາວິກະ​ໂຍທິນ ​ຈຳນວນ 100 ຄົນ ​ໄປເພີ້​ມ ການຮັກສາ​ຄວາມ​ປອດ​ໄພ​ຢູ່​ທີ່ສະຖານທູດ​ຂອງ​ຕົນໃນ Baghdad ​ໃນ​ຂະນະດຽວ​ກັນ ກໍຍົກຍ້າຍ​ພະນັກງານ ທີ່​ບໍ່​ມີ​ຄວາມ​ຈຳ​ເປັນ​ສ່ວນ​ນຶ່ງ​ໄປ​ຍັງ​ສະຖານ​ທີ່ ຢູ່​ໃນ​ເມືອງ Basrah ກັບ Irbil ​ແລະນະຄອນຫລວງ Amman ຂອງ​ປະ​ເທດຈໍ​ແດນ. ​ ສະຫະລັດ​ ຍັງໄດ້​ສົ່ງເຮືອກຳ​ປັ່ນ​ບັນທຸກ​ເຮືອບິນ​ລຳ​ນຶ່ງ​ ໄປ​ຍັງອ່າວ​ເປີ​ເຊຍນຳ.


ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ກ່າວໃນ​ວັນ​ອາທິດວານ​ນີ້ວ່າ ລັດຖະມົນ​ຕີຕ່າງປະ​ເທດ John Kerry ​ໂອ້​ລົມ​ກັບ​ຄູ່​ຕຳ​ແໜ່​ງຈາກ Jordan, Saudi Arabia, Qatar ​ແລະ Arab Emirates ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ໃນ​ການ ສະ​ໜັບສະ​ໜຸນ​ປະຊາຊົນ​ອີຣັກ ​ແລະ ຊີ​ເຣຍ ຕໍ່ຕ້ານ​ການ​ຂົ່ມຂູ່​ຂອງພວກ ISIL. ​ເຈົ້າໜ້າ​ທີ່​ທ່ານ​ນີ້ເວົ້າ​ຕື່ມ​ວ່າ ບັນດາ​ລັດຖະມົນຕີ ຍັງ​ໂອ້​ລົມ​ກັນ​ກ່ຽວ​ກັບ ຄວາມ​ ຈຳ​ເປັນ​ທີ່​ບັນດາຜູ້ນຳຂອງ​ອີຣັກ ຕ້ອງຈັດ​ຕັ້ງ​ປະຕິບັດ “ວິທີ​ການ​ແກ້​ໄຂບັນຫາ​ທີ່ ​ມີ​ການ​ປະສານ​ງານ ​ແລະມີ​ປະ​ສິດທິ​ພາບ” ​ເພື່ອ​ນຳພາ​ປະ​ເທດກ້າວ​ໄປຂ້າງໜ້າ.
ກຸ່ມຫົວຮຸນ​ແຮງ ISIL ​ຢຶດ​ເອົາ​ເມືອງ Tal Afar ຂອງອີຣັກ (ສະໄລດ໌/ວີດີໂອ)
  • Title : ກຸ່ມຫົວຮຸນ​ແຮງ ISIL ​ຢຶດ​ເອົາ​ເມືອງ Tal Afar ຂອງອີຣັກ (ສະໄລດ໌/ວີດີໂອ)
  • Posted by :
  • Date : 15:39
  • Labels :
  • Blogger Comments
  • Facebook Comments

0 comments:

Post a Comment

Top