728x90 AdSpace

ຂ່າວຫລ້າສຸດ

Tuesday 17 June 2014

ປອກຕຸຍ​ການ ພົບກັບ ເຢຍຣະມັນ ຢູ່ World Cup ໃນວັນ​ຈັນ​ມື້​ນີ້ (ສະໄລດ໌/ວີດີໂອ)


ຜູ້ຄອງຕຳແໜ່ງນັກເຕະບານດີເດັ່ນຂອງໂລກ Critiano Ronaldo ນຳ​ທີ​ມ ປອກຕຸຍ​ການ ຂອງລາວ ລົງແຂ່ງກັບ ​ ເຢຍຣະມັນ ​ໃນ​ການ​ເປີດ​ການ​ແຂ່ງຂັນ World Cup ຢູ່ Brazil ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ​ເປັນ​ການ​ແຂ່ງຂັນຮອບທຳ​ອິດ ລະຫວ່າງສອງ​ທີມ​ ອັນ​ດັບ​ນຶ່ງ​ຂອງ​ໂລກ.

ສ່ວນ​ທີ​ມອື່ນໆ​ໃນ​ສາຍ G ນັ້ນ ສະຫະລັດ ຈະ​ພົບ​ກັບ ການາ ໃນ​ວັນ​ຈັນ​ມື້​ນີ້​ ຕາມ​ມາ​ດ້ວຍຄູ່​ແຂ່ງ​ລະຫວ່າງ ​ອີຣ່ານ ​ແລະ ໄນ​ຈີ​ເຣຍ ຊຶ່ງ​ຢູ່​ໃນ​ສາຍ F.

​ໃນ​ການ​ແຂ່ງຂັນ ໃນ​ວັນ​ອາທິດ​ວານ​ນີ້ Lionel Messi ນັກ​ເຕະຂອງອາ​ເຈັນ​ຕີິນາ ທີ່​ໄດ້​ຄອງ​ຕຳ​ແໜ່​ງ​ນັກ​ເຕະດີ​ເດັ່ນ 4 ປີລຽນຕິດ ​ກ່ອນ​ໜ້າ Critiano Ronaldo ນັ້ນ ​ໄດ້​ທຳຄະແນນເປັນຄັ້ງ​ທຳ​ອິດ​ໃນ World Cup ຕັ້ງ​ແຕ່​ປີ 2006 ​ມາ ໂດຍ​ໄດ້​ນຳ​ທີ​ມຂອງ​ລາວ​ຍາດເອົາໄຊຊະນະ ຈາກ ບອສ​ເນຍ​ເຮີ​ເຊ​ໂກ​ວີນາ ມາ​ໄດ້ 2-1.

​ໃນວັນ​ອາທິດ​ວານ​ນີ້ ​ເຊັ່ນ​ກັນ ຝຣັ່ງ ​ເອົາ​ຊະນະ ຮອນ​ດູຣັສ 3-0 ຍ້ອນ​ການ​ທຳ​ ຄະ​ແນນ​ໄດ້ 2 ​ໂກລ​ຂອງ Karim Benzema.

ຄູ່​ແຂ່ງ​ທີ່​ຕື່ນ​ເຕັ້ນທີ່​ສຸດ​ຂອງ​ວັນ​ອາທິດ​ວານ​ນີ້ ​ແມ່ນ​ລະຫວ່າງ ສະ​ວິດ​ເຊີ​ແລນ ກັບ ເອກົວ​ດໍ ທີ່​ມີ​ຄະ​ແນນ​ສະ ເໝີ​ກັນ 1-1 ​ຫຼັງຈາກ​ໝົດ​ເວລາ ແລ້ວເຂົ້າສູ່​ເວລາ​ເພີ້​ມ​ ຈົນ​ມາ​ຮອດ 2 ນາທີ​ເຄິ່ງຕໍ່​ມາ Haris Seferovic ຂອງ​ສະ​ວິດ​ເຊີ​ແລນ ທີ່​ໄດ້​ຮັບ​ ບານ​ຈາກ​ປີກ​ຊ້າຍ ​ກໍ​ເຕະບານ​ຜ່ານ​ຜູ້​ຮັກ​ສາ​ໂກລຂອງ ​ເອກົວ​ດໍ ​ເຂົ້າໂກລໄປ ທາງເທິງ​ແຈມຸມຊ້າຍ ຊຶ່ງ​ນຳ​ໄຊຊະນະ​ມາ​ໃຫ້​ສະ​ວິດເຊີ​ແລນ.
ປອກຕຸຍ​ການ ພົບກັບ ເຢຍຣະມັນ ຢູ່ World Cup ໃນວັນ​ຈັນ​ມື້​ນີ້ (ສະໄລດ໌/ວີດີໂອ)
  • Title : ປອກຕຸຍ​ການ ພົບກັບ ເຢຍຣະມັນ ຢູ່ World Cup ໃນວັນ​ຈັນ​ມື້​ນີ້ (ສະໄລດ໌/ວີດີໂອ)
  • Posted by :
  • Date : 13:54
  • Labels :
Newer Post
Previous
This is the last post.
  • Blogger Comments
  • Facebook Comments

0 comments:

Post a Comment

Top