728x90 AdSpace

ຂ່າວຫລ້າສຸດ

Tuesday 17 June 2014

ນ້ອຍ ດອກ​ແກ້ວ - “ຂັບງື່ມກ້ຽວ​ບ່າວ” (Karaoke)


ສະບາຍດີທຸກໆ​ທ່ານ​ທີ່​ຕິດຕາມ​ຮັບ​ຟັງ​ລາຍການ​ສຽງ​ເພງ​ຈາກ​ ແດນໄກ​ຂອງ thelaotimes ​ແລະ​ຂໍ​ຈັດ​ເພງ​ໃຫ້ເລີຍ ​ເພາະ​ເວລາ​ໂອ້​ລົມຖາມ​ໄຖ່ສະບາຍດີ​ກັນ​ ນັ້ນ ມີ​ໜ້ອຍເຫຼືອເກີນ ວັນນະ​ສອນ​ຂໍ​ຈັດ“ຂັບງື່ມກ້ຽວ​ບ່າວ” ຂອງ​ສິນລະ​ປິນສາວຈາກ ສປປລາວ ນ້ອຍ ດອກ​ແກ້ວ ​ແຕ່ສຽງ​ບໍ່​ນ້ອຍ​ເດີ ຈະ​ບອກ​ໃຫ້ ສຽງ​ຫວານໆອີກຕ່າງ ຫາກ.​ ຂໍ​ເຊີນ​ອອກ​ມາ​ຟ້ອນ​ກ້ຽວກັນ ມ່ວນໆ​ກັບ​ຂັບ​ລຳ​ລາວ​ໄດ້​ເລີຍ ຊຶ່ງ​ຂໍ​ຈັດ​ມອບໃຫ້
ທ່ານ​ຜູ້​ຟັງຊື່ ​ສົມ​ຫວັງ ຈາກ​ວຽງ​ຈັນ ສປປ ລາວ ທີ່​ຂຽນ​ຂໍ້ຄວາມໄວ້ໃນ​ໜ້າ website ຂອງ thelaotimes.




ຫວັງ​ວ່າ ທ່ານ​ສົມ​ຫວັງ ກໍຄົງຈະ​ມັກ​ຮັກ​ຂັບ​ລຳ​ລາວ​ທີ່​ຈັດ​ໃຫ້​ໄປ ​ແລະ​ກໍ​ຢ່າ​ລືມ​ຂຽນ ເຂົ້າ​ມາ​ຫາ​ທາງ​ເຮົາ​ອີກ​ເຈົ້າ ແລະ​ເພງ​ຕໍ່​ໄປ​ນີ້ ຂໍ​ຈັດ​ມອບ​ໃຫ້​ທຸກໆ​ທ່ານ​ທີ່​ໄດ້​ກ່າວ​ນາມ​ ດັ່ງ​ຕໍ່​ໄປ​ນີ້: ວິສິດ​ໄຊ​ຍະ​ຈັກ ຈາກ​ອອສ​ເຕຣ ເລຍ ບ່າວ​ລ້ານ​ຊ້າງ​ ວັດທະນາ ຄຳ​ດອກ​ທອງ ຈາກມະຫາວິທະຍາໄລແຫ່ງ​ຊາດ ນ້ອງ​ມອກ ທຳ​ມະ​ວົງ fanclub ທີ່​ໜ້າ​ຮັກ ທີ່​ຄອຍ​ສົ່ງ​ຂໍ້ຄວາມ​ມາ​ຫາເອື້ອຍວັນນະສອນທາງ facebook ຢູ່​ສະ​ເໝີ ພ້ອ​ມທັງ ​ທ່ານ​ຍອດ​ຊາຍ ຊິນນະ​ຊາດ ຈາກ​ຝຣັ່ງ ວັນນະສອນວ່າ ຈະ​ຫາເພງ​ໃຫ້ຖືກ​ໃຈ​ທຸກໆຄົນ ພ້ອມ​ກັນ​ໝົດ​ຄົງ​ລຳບາ​ກ ​ແຕ່​ເພງ​ນີ້ ວັນນະ​ສອນ​ເຊື່ອ​ວ່າຖືກ​ໃຈໝົດທຸກໆ​ຄົນ​ເລີຍ​ລະ ທັງ​ຜູ້​ຈັດ​ຜູ້​ຟັງ ລູກ​ເລັກ​ເດັກ​ແດງ ບໍ່​ເຊື່ອ​ກໍ​ລອງຟັງ​ເບິ່ງ ກໍ​ແລ້ວ​ກັນ​ ໃນ​ບົດ​ເພງ “ຮັກ​ບໍ່​ລືມ” ທີ່​ປະພັນ​ໂດຍ ອ. ຈ. ຄຳຫຼ້າ ໜໍ່​ແກ້ວ ​ແລະ​ຂັບ​ຮ້ອງ​ໂດຍ ຕິ່ງໜ່ອຍ ພ້ອມໆ​ກັນ​ເລີຍ
ນ້ອຍ ດອກ​ແກ້ວ - “ຂັບງື່ມກ້ຽວ​ບ່າວ” (Karaoke)
  • Title : ນ້ອຍ ດອກ​ແກ້ວ - “ຂັບງື່ມກ້ຽວ​ບ່າວ” (Karaoke)
  • Posted by :
  • Date : 16:13
  • Labels :
  • Blogger Comments
  • Facebook Comments

0 comments:

Post a Comment

Top