ຂປລ. ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາ ຂອງທ່ານ ອາເລັກ ກາບານົບ (Oleg V. KABANOV) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສະຫະພັນຣັດເຊຍ ປະຈຳລາວ ໃນຕອນແລງວັນທີ 16 ມິຖຸນາ 2014 ທີ່ຫ້ອງວ່າການລັດຖະ ບານໃນໂອກາດສຳເລັດການປະຕິບັດໜ້າທີ່ ການທູດຢູ່ ສປປ ລາວ ເປັນເວລາ 3 ປີ.
ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການສຳເລັດໜ້າທີ່ເປັນເອກອັກຄະລັດຖະທູດແຫ່ງ ສະຫະພັນຣັດເຊຍ ປະຈຳລາວ ຂອງທ່ານ ອາເລັກ ກາບານົບ ຊຶ່ງເປັນການປະກອບສ່ວນສຳຄັນໃນການຊຸກຍູ້, ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ ໃຫ້ມີບົດບາດຂະຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມນີ້ ຍັງອວຍພອນໃຫ້ທ່ານເອກອັກຄະລັດຖະທູດສະຫະພັນຣັດເຊຍ ກັບຄືນປະ ເທດ ດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດ ໃນພາລະກິດອັນໃໝ່ຂອງຕົນ ແລະ ສະແດງຄວາມເຊື່ອໝັ້ນວ່າທ່ານຈະສືບຕໍ່ເຄື່ອນ ໄຫວຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ ໃຫ້ສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດຢ່າງແທ້ຈິງ.
ໃນໂອກາດດັ່ງກ່າວ, ທ່ານ ອາເລັກ ກາບານົບ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ພ້ອມທັງໄດ້ຖືໂອກາດນີ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງບັນດາການນຳພັກ-ລັດຖະບານ ກໍຄື ປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ ການຮ່ວມມືທີ່ດີ ແລະ ອຳນວຍຄວາມສະດວກທຸກຢ່າງ ໃນຕະຫລອດໄລຍະການປະຕິບັດໜ້າທີ່ຂອງຕົນ ຈົນໄດ້ຮັບຜົນສຳເລັດຢ່າງໜ້າເພິ່ງພໍໃຈ./.

0 comments:
Post a Comment