728x90 AdSpace

ຂ່າວຫລ້າສຸດ

Tuesday 17 June 2014

ທ່ານນາຍົກລັດຖະມົນຕີ ຕ້ອນຮັບທູດຣັດເຊຍ ອຳລາ


ຂປລ. ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາ ຂອງທ່ານ ອາເລັກ ກາບານົບ (Oleg V. KABANOV) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສະຫະພັນຣັດເຊຍ ປະຈຳລາວ ໃນຕອນແລງວັນທີ 16 ມິຖຸນາ 2014 ທີ່ຫ້ອງວ່າການລັດຖະ ບານໃນໂອກາດສຳເລັດການປະຕິບັດໜ້າທີ່ ການທູດຢູ່ ສປປ ລາວ ເປັນເວລາ 3 ປີ.

ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງຕໍ່​ການ​ສຳ​ເລັດ​ໜ້າ​ທີ່​ເປັນ​ເອກອັກຄະ​ລັດຖະທູດ​ແຫ່ງ ສະຫະພັນຣັດເຊຍ ປະຈຳ​ລາວ ຂອງທ່ານ ​ ອາເລັກ ກາບານົບ ຊຶ່ງ​ເປັນ​​ການປະກອບສ່ວນ​ສຳຄັນ​ໃນ​ການ​ຊຸກຍູ້, ສົ່ງ​ເສີມ​ສາຍ​ພົວພັນ​ມິດຕະພາບ ​ແລະ ການຮ່ວມ​ມື ລະຫວ່າງ ສປປ ລາວ ​ແລະ ​ສະຫະພັນຣັດເຊຍ ​ໃຫ້​ມີ​ບົດບາດ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ພ້ອມນີ້ ຍັງອວຍພອນໃຫ້ທ່ານເອກອັກຄະລັດຖະທູດສະຫະພັນຣັດເຊຍ ກັບຄືນປະ ເທດ ດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດ ໃນພາລະກິດ​ອັນ​ໃໝ່​ຂອງ​ຕົນ ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນວ່າ​ທ່ານ​​ຈະ​ສືບຕໍ່​ເຄື່ອນ​ ໄຫວ​ຊຸກຍູ້​ສົ່ງ​ເສີມ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີ​ ລະ​ຫວ່າງ ສປປ ລາວ ​ແລະ ສະຫະພັນຣັດເຊຍ ໃຫ້​ສືບຕໍ່​ຂະຫຍາຍຕົວ​ຍິ່ງໆ​ຂຶ້ນ ​ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາສູ່​ປະຊາຊົນ​ສອງ​ຊາດຢ່າງ​ແທ້​ຈິງ.

ໃນໂອກາດດັ່ງກ່າວ, ທ່ານ ອາເລັກ ກາບານົບ ​ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ​ ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ພ້ອມທັງໄດ້ຖືໂອກາດນີ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງບັນດາການນຳພັກ-ລັດຖະບານ ກໍຄື ປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ ການຮ່ວມມືທີ່ດີ ແລະ ອຳນວຍຄວາມສະດວກທຸກຢ່າງ ໃນຕະຫລອດໄລຍະການປະຕິບັດໜ້າທີ່ຂອງຕົນ ຈົນໄດ້ຮັບຜົນສຳເລັດຢ່າງໜ້າເພິ່ງພໍໃຈ./.
  1. ກັບສາລະບານ
ທ່ານນາຍົກລັດຖະມົນຕີ ຕ້ອນຮັບທູດຣັດເຊຍ ອຳລາ
  • Title : ທ່ານນາຍົກລັດຖະມົນຕີ ຕ້ອນຮັບທູດຣັດເຊຍ ອຳລາ
  • Posted by :
  • Date : 14:43
  • Labels :
  • Blogger Comments
  • Facebook Comments

0 comments:

Post a Comment

Top