728x90 AdSpace

ຂ່າວຫລ້າສຸດ

Tuesday 17 June 2014

ຜູ້ຕາງໜ້າ​ອົງການ UNFPA ປະ​ຈຳລາວ ຍື່ນ​ສານ​ແຕ່ງຕັ້ງຕໍ່​ລັດຖະບານ​ລາວ



ຂປລ. ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ລັດຖະມົນຕີ​ຊ່ວຍ​ວ່າການ​ ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​​ເພື່ອຢືນ​ສານ​ແຕ່ງຕັ້ງ ຂອງ ທ່ານ ຮັດ​ຊັນ ໂມ​ສຕາ​ຊາມ​ມິ ໂຄ​ຈາ​ສະ​ເຕັກ (Hassan MoHTASHAMMI KHOJA STEH) ໃນ​ວັນ​ທີ 17 ມິຖຸນາ 2014 ​ທີ່​ກະຊວງດັ່ງກ່າວ ​​​ໃນ​ ໂອກາດ​ທີ່ມາ​ດຳລົງ​ຕຳ​ແໜ່ງ​ເປັນ​ ຜູ້ຕາງໜ້າ​ອົງການ​ສະຫະ​ປະຊາ​ຊາດ ​ເພື່ອ​ກອງທຶນ​ປະຊາກອນ (UNFPA) ​ຄົນ​ໃໝ່​ປະ​ຈຳ ສປປ ລາວ.

ໃນໂອກາດ​ນີ້ ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ​ໄດ້​ສະ​ແດງຄວາມຍິນ​ດີຕ້ອນຮັບ ແລະ ຊົມ​ເຊີຍ​ຕໍ່​ທ່ານ​ ຮັດ​ຊັນ ໂມ​ສຕາ​ຊາມ​ມິ ໂຄ​ຈາ​ສະ​ເຕັກ ທີ່ໄດ້ ຖືກ​ແຕ່ງຕັ້ງ​ໃຫ້​ມາ​ດຳລົງ​​ຕຳ​ແໜ່ງ​ເປັນ​ຜູ້ຕາງໜ້າ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ເພື່ອ​ກອງທຶນ​ປະຊາກອນ​ຄົນ​ໃໝ່​ ປະ​ຈຳ ສປປ ລາວ, ພ້ອມ​ທັງ​ສະ​ ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຊ່ວຍ​ເຫລືອ ​ແລະ ກາ​ນຮ່ວມ​ມື​ຂອງ​ອົງການ​ດັ່ງກ່າວ​ແກ່ ສປປ ລາວ ໃນ​ໄລຍະ​ຜ່ານ​ມາ ​ໂດຍສະ​ເພາະ​ແມ່ນ​ການ ​ປະກອບສ່ວນ​ເຂົ້າ​ໃນ​ການຈັດຕັ້ງປະຕິບັດ​ວຽກ​ງານ​ປະຊາກ​ອນ ແລະ ການ​ພັດທະນາ, ການ​ສົ່ງ​​ເສີມ​ບົດບາດ​ຍິງ-ຊາຍ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ ໃຫ້​ແກ່​ແມ່ຍິງ, ປັບປຸງ​ສຸຂະພາບ​ຂອງ​ແມ່​ຢູ່ ສປປ ລາວ, ປັດຈຸ​ບັນ ​ອົງການ UNFPA ໃຫ້ການ​ສະໜັບສະໜູນ​ໂຄງການ​ຮ່ວມ​ມືຢູ່ ສປປ ລາວ​​ ໃນ​ຫລາຍ​ດ້ານເຊັ່ນ: ​ໂຄງການແພດ​ປະ​ດຸ​ງຄັນ, ​ໂຄງການ​ປັບປຸງ​ສຸຂະພາບ​ຂອງ​ແມ່ ແລະ ​ເດັກ​ເກີດ​ໃໝ່, ສຸຂະພາບ​ຈະ​ເລີ​ນພັນ, ​ໂຄງການ​ເກີດ​ລູກ​ຫ່າງ, ການ​ສຳ​ຫລວດ​ຊີວິດ​ດ້ານ​ສັງຄົມ, ການ​ວິ​ໄຈກ່ຽວ​ກັບ​ສະ ພາບຂອງ​ໄວ​ໜຸ່ມ ​ແລະ ຊາວ​ໜຸ່ມ​ລວມທັງ​ການ​ສຳ​ຫລວດ​ກ່ຽວ​ກັບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ກັບ​ແມ່ຍິງ.
ທ່ານ  Hassan MoHTASHAMMI KHOJA STEH ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ ຂອງ​ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ພ້ອມ​ທັງ​ຢືນຢັນ​ ຈະ​ສືບຕໍ່​ໃຫ້ການ​ຮ່ວມມື​ຢ່າງ​ຕັ້ງໜ້າ ກັບ​ລັດຖະບານລາວ​ໃນ​ການຈັດຕັ້ງປະຕິບັດ​ແຜນການ​ຮ່ວມ​ມື ລະຫວ່າງ ອົງການ UNFPA ແລະ ສປປ ລາວ​ໃຫ້​ໄດ້​ຮັບ​ຜົນ​ດີ./.
ຜູ້ຕາງໜ້າ​ອົງການ UNFPA ປະ​ຈຳລາວ ຍື່ນ​ສານ​ແຕ່ງຕັ້ງຕໍ່​ລັດຖະບານ​ລາວ
  • Title : ຜູ້ຕາງໜ້າ​ອົງການ UNFPA ປະ​ຈຳລາວ ຍື່ນ​ສານ​ແຕ່ງຕັ້ງຕໍ່​ລັດຖະບານ​ລາວ
  • Posted by :
  • Date : 14:50
  • Labels :
  • Blogger Comments
  • Facebook Comments

0 comments:

Post a Comment

Top