728x90 AdSpace

ຂ່າວຫລ້າສຸດ

Tuesday 17 June 2014

ສື່​ມວນ​ຊົນ 6 ແຂວງ ​ໄດ້​ຮັບການຍົກ​ລະດັບ ດ້ານສື່ກັບການລຶບລ້າງຄວາມທຸກຍາກ



ຂປລ​. ສື່​ມວນ​ຊົນ ຈາກ 6 ແຂວງ​ພາກ​ກາງຄື: ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ບໍລິຄຳໄຊ, ໄຊສົມບູນ, ຄຳມ່ວນ ແລະ ແຂວງສະຫວັນນະເຂດ ​ໄດ້​ຮັບ​ການ​ຍົກ​ລະດັບດ້ານວິຊາສະເພາະ​ໃນ​ຫົວ​ຂໍ້ “​ການ​ປ​ະຕິ​ບັດ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ ​ແລະ ລຶບ​ລ້າງ​ຄວາມທຸກ​ຍາກ​ຢູ່ ສປປ ລາວ” ​ ໃນລະຫວ່າງ​ວັນ​ທີ 17-20 ມິຖຸນາ 2014 ນີ້​ຢູ່​ພະ​ແນ​ກຖະ​ແຫ​ລງຂ່າວ, ວັດທະນະ​ທຳ ​ແລະ ທ່ອງ​ທ່ຽວ ​ແຂວງ​ບໍລິ​ຄຳ​ໄຊ, ​ໂດຍມີທ່ານ ສະຫວັນ​ຄອນ ຣາຊະ​ມຸນຕຣີ ລັດຖະມົນຕີ​ຊ່ວຍ​ວ່າການ ​ກະຊວງ​ຖະ​ແຫ​ລງຂ່າວ​ ວັດທະນະ​ທຳ ​ແລະ ທ່ອງ​ທ່ຽວ (ຖວທ), ຮອງປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ມີ​ທ່ານ ນາງ ບຸນ​ຍົງ ສີ​ສຸວັນນະ​ຄອນ ຮອງ​ເຈົ້າ​ແຂວງໆ​ບໍລິ​ຄຳ​ໄຊ, ​ທ່ານ ລຳ​ສະ​ໄໝ ວໍລະ​ສານ ຫົວໜ້າ​ພະ​ແນ​ກ ຖວທ ແຂວງ​, ພ້ອມດ້ວຍວິທະຍາກອນ ແລະ ​ສຳ​ມະ​ນາກ​ອນ 40 ກວ່າ​ຄົນເຂົ້າ​ຮ່ວມ.

ທ່ານ ສະຫວັນ​ຄອນ ຣາຊະ​ມຸນຕຣີ ກ່າວວ່າ: ​ການຈັດຊຸດ​ອົບ​ຮົບ​ຄັ້ງ​ນີ້​ ແມ່ນສືບ​ຕໍ່​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ ​ແລະ ປະສົບ​ການ​ໃໝ່ໆ ​ດ້ານ​ສື່​ມວນ​ຊົນໃຫ້​ນັກ​ຂ່າວ​ຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ​, ໄດ້​ຮູ້ຈັກ​ວິທີ​ການ​ກະກຽມ​ກ່ອນ​ໄປ​ເອົາ​ຂ່າວ, ສຳພາດ​ຂ່າວ​, ສົ່ງ​ຂ່າວ​ກ່ຽວ​ກັບ​ການ​ປະຕິບັດ​ເປົ້າ​ ໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ​ ​ແລະ ລຶບ​ລ້າງ​ຄວາມທຸກ​ຍາກ​ຢູ່ ສປປ ລາວ. ​ສື່​ມວນ​ຊົນ​ ​ມີ​ພາລະ​ບົດບາດ​ນັບ​ມື້​ນັບ​ສູງ​ຂຶ້ນ, ມີ​ອິດ​ທິພົນ​ຕໍ່​ແນວ​ຄິດ, ວິ​ຖີຊິວິດ​ຂອງ​ຄົນ​ໃນ​ສັງຄົມ, ສະພາບ​ການ ແລະ ວິວັດທະນາ​ການ​ບໍ່​ວ່າ​ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະ​ທຳ ແລະ ສັງຄົມ​ ລວມທັງ​ດ້ານ ​ວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທີ່​ມີ​ການ​ພັດທະນາ ​ແລະ ປ່ຽນ​ແປງ​ຢູ່​ຕະຫລອດ​ເວລາ, ນັກ​ຂ່າວ​ຈຶ່ງຕ້ອງ​ມີ​ຄວາມ​ສະ​ດຸ້ງ​ໄວ, ຮູ້ ແລະ ​ເຂົ້າ​ໃຈ​ ບັນຫາ​ຢ່າງ​ຖືກຕ້ອງ​ກ່ອນ​ນຳ​ມາ​ເຜີຍ​ແຜ່​ໃຫ້ວ່ອງ​ໄວ​ທັນ​ກັບ​ສະພາບ​ການ, ຄົບ​ຖ້ວນ, ຊັດ​ເຈນ, ຮອບ​ຄອບ ​ແລະ ມີ​ຄວາມ​ຮັບຜິດຊອບ​​ສູງ. ຄຽງຄູ່ກັນນີ້ ໃນ​ປີ 2015 ບັນດາ​ປະ​ເທດ​ອາ​ຊຽນຈະ​ເປັນ​ປະຊາ​ຄົມ​ເສດຖະກິດອາຊຽນ,​ ສະ​ນັ້ນ​ ນັກ​ຂ່າວ​ແຕ່ລະຄົນ​ຕ້ອງ​ກຽມພ້ອມ​ໃນ​ການ​ຮ່ວມ​ມື ແລະ ສື່ສາ​ນ ກັບ ​ບັນດາ​ສື່​ຂອງ​ປະ​ເທດ​ເຫລົ່າ​ນີ້.
ຊຸດ​ອົບຮົມ​ດັ່ງກ່າວ ຈັດ​ຂຶ້ນ​ໂດຍ ສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ອົງການ ສປຊ ເພື່ອການພັດທະນາ, ມີເປົ້າໝາຍຈັດຢູ່ 3​ ຈຸດ​, ພາຍ ຫລັງທີ່ສຳເລັດຢູ່​ແຂວງ​ບໍລິ​ຄຳ​ໄຊ ກໍຈະສືບຕໍ່ຈັດຂຶ້ນຢູ່ ​ແຂວງ​ສາລະ​ວັນ ສຳລັບ 4 ແຂວງ​ພາກ​ໃຕ້ ແລະ ​ແຂວງ​ອຸດົມ​ໄຊ ສຳລັບ 8 ແຂວງ​ພາກ​​ເໜືອ./.
ສື່​ມວນ​ຊົນ 6 ແຂວງ ​ໄດ້​ຮັບການຍົກ​ລະດັບ ດ້ານສື່ກັບການລຶບລ້າງຄວາມທຸກຍາກ
  • Title : ສື່​ມວນ​ຊົນ 6 ແຂວງ ​ໄດ້​ຮັບການຍົກ​ລະດັບ ດ້ານສື່ກັບການລຶບລ້າງຄວາມທຸກຍາກ
  • Posted by :
  • Date : 14:55
  • Labels :
  • Blogger Comments
  • Facebook Comments

0 comments:

Post a Comment

Top