728x90 AdSpace

ຂ່າວຫລ້າສຸດ

Tuesday 17 June 2014

ຣັດເຊຍ ຈະຕັດສະບຽງ ແກສທຳມະຊາດ ທີ່ສົ່ງໃຫ້ ຢູເຄຣນ (ສະໄລດ໌/ວີດີໂອ)

ພະນັກງານຄົນນຶ່ງ ອັດວາວ ຢູ່ບ່ອນເກັບແກສທຳມະຊາດໃຕ້ດິນ ແຫ່ງນຶ່ງ ໃກ້ກັບເມືອງ Striy, ຢູເຄຣນ, ວັນທີ 21 ພຶດສະພາ 2014.


ບໍລິສັດ​ພະລັງງານ​ຍັກ​ໃຫຍ່ Gazprom ຂອງຣັດ​ເຊຍ ກ່າວ​ວ່າ ຕົນ​ຈະ​ຕັດ​ສະບຽງ​ແກ​ສທຳ​ມະ​ຊາດ ທີ່​ສົ່ງໃຫ້​ແກ່​ຢູ​ເຄຣນ ລຸນ​ ຫຼັງ​ລັດຖະບານ​ Kiev ບໍ່​ປະຕິບັດ​ຕາມ​ເວລາ​ເສັ້ນ​ຕາຍ​ທີ່​ຕັ້ງ​ໄວ້ ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ການ​ຈ່າຍ​ໜີ້​ສິນ​ທີ່​ຍັງ​ຄ້າງ​ຄາ​ ຈຳນວນ​ເກືອບ 2 ຕື້​ດອນ​ລາ​ນັ້ນ.

ບໍລິສັດ Gazprom ກ່າວ​ວ່າ ບັດ​ນີ້ ​ຢູ​ເຄຣນຈະ​ຕ້ອງ​ຈ່າຍ​ລ່ວງ​ໜ້າ​ ສຳຫລັບ​ຄ່າ​ແກ​ສ​ໃດໆ​ທີ່​ຕ້ອງການ ຫຼັງ​ຈາກ​ຢູ​ເຄຣນບໍ່​ສາມາດ​ ຈ່າຍໄດ້​ທັນຕາມ​ກຳນົດ​ເວລາ​ທີ່​ຕົນ​ໄດ້​ວາງ​ໄວ້.

​ໃນ​ມື້​ນີ້​ເຊັ່ນ​ກັນ ບໍລິສັດ Gazprom ​ໄດ້​ຍື່ນ​ຄຳ​ຟ້ອງ​ຮ້ອງຕໍ່​ສານ​ໄກ່​ເກ່ຍ ​ໃນ​ນະຄອນ Stockhom ​ເພື່ອ​ພະຍາຍາມ​ທວງ​ເອົາ​ຄ່າ​ໜີ້​ທັງ​ໝົດ​ຈຳນວນ 4500 ລ້ານ​ດອນ​ລາ​ ຈາກຢູ​ເຄຣນ.



ຢູ​ເຄຣນ​ເປັນ​ທາງ​ຜ່ານ​ສຳລັບ​ສົ່ງ​ສະບຽງ​ແກ​ສທຳ​ມະ​ຊາດ​ໄປ​ຍັງເຂດ​ອື່ນໆ​ໃນ​ຢູໂຣບ. ບໍລິສັດ Gazprom ​ໄດ້​ແຈ້ງ​ໄປ​ຍັງ​ບັນດາ​ປະ​ເທດ​ໃນ​ຢູ​ໂຣບຊາບ​ວ່າ ການ​ສົ່ງ​ສະບຽງ​ ແກສ​ຜ່ານ​ຢູ​ເຄຣນນັ້ນ​ ຈະ​ບໍ່​ໄດ້​ຮັບ​ຜົນ​ກະທົບ ​ແຕ່ກໍ​ເຕືອນ​ວ່າ ອາດ​ສາມາດ​ມີການ​ຢຸດ​ ສະ​ງັກລົງ​ໄດ້ ຖ້າ​ຢູ​ເຄຣນ ຕັດສິນ​ໃຈລັກ​ດູດ​ເອົາ​ແກ​ສນັ້ນ. ​ໂຄສົກ​ບໍລິສັດ Gazprom ກ່າວ​ວ່າ ບໍລິສັດ​ລັດ​ວິ​ສາ​ຫະກິດ Naftogaz ຂອງ​ຢູ​ເຄຣນ ມີ​ພັນທະ​ທີ່ຈະ​ຕ້ອງ​ຮັບປະ ກັນ​ວ່າ ​ແກ​ສ​ທີ່​ວ່າ​ນີ້​ໄປ​ຮອດ​ພວກ​ລູກຄ້າ​ຂອງ​ຕົນ​ໃນຢູ​ໂຣບ.

ຣັດ​ເຊ​ຍກັບຢູ​ເຄຣນ ໄດ້​ມີ​ການ​ຂັດ​ແຍ້​ງກັນ​ເລື້ອງພະລັງງານ​ດັ່ງກ່າວມາ​ຕັ້ງ​ແຕ່​ ເດືອນ​ເມສາ​ຜ່ານ​ມາ ​ເວລາ​ມົສກູຂຶ້ນ​ລາຄາຄ່າ​ແກ​ສ​ ທີ່​ສົ່ງ​ໄປ​ໃຫ້​ຢູ​ເຄຣນເກືອບ ​ສອງ​ເທົ່າ​ໂຕຄື​ເພີ້​ມຂຶ້ນ​ເປັນ 480 ດອນ​ລາ​ຕໍ່ 1000 ​ແມັດ​ກ້ອນ. ນັບ​ແຕ່​ນັ້ນ​ມາ ຣັດ​ເຊຍ​ໄດ້​ລົດ​ຄ່າແກ​ສ ລົງ​ປະມານ 20 ​ເປີ​ເຊັນ ​ແຕ່ຝ່າຍລັດຖະບານ Kiev
ຢາກ​ໃຫ້ຣັດ​ເຊຍ​ຕັດຄ່າ​ແກ​ສລົງ​ອີກໃຫ້ຢູ່​ໃນ​ລະດັບ​ໃກ້ໆ​ກັບ​ລາຄາ​ເບື້ອງ​ຕົ້ນນັ້ນ.
 

ຣັດເຊຍ ຈະຕັດສະບຽງ ແກສທຳມະຊາດ ທີ່ສົ່ງໃຫ້ ຢູເຄຣນ (ສະໄລດ໌/ວີດີໂອ)
  • Title : ຣັດເຊຍ ຈະຕັດສະບຽງ ແກສທຳມະຊາດ ທີ່ສົ່ງໃຫ້ ຢູເຄຣນ (ສະໄລດ໌/ວີດີໂອ)
  • Posted by :
  • Date : 15:04
  • Labels :
  • Blogger Comments
  • Facebook Comments

0 comments:

Post a Comment

Top