728x90 AdSpace

ຂ່າວຫລ້າສຸດ

Tuesday 17 June 2014

ມືປືນກຸ່ມ Al-Shabab ສັງຫານ ປະຊາຊົນ 48 ຄົນ ໃນເຄັນຢາ (ວີດີໂອ/ສະໄລດ໌)

ສະມາຊິກຂອງກຳລັງຮັກສາຄວາມປອດໄພ ເຄັນຢາ ເບິ່ງຊາກລົດ ທີ່ຖືກທຳລາຍ ຈາກພວກຫົວຮຸນແຮງ ທີ່ເມືອງ Mpeketoni, ຂອງເຄັນຢາ, ວັນທີ 16 ມິຖຸນາ 2014.


ສະພາກາ​ແດງ​ເຄັນ​ຢາ ກ່າວ​ວ່າ ​ມີປະຊາຊົນ​ ຢ່າງ​ໜ້ອຍ 48 ຄົນເສຍ​ຊີວິດ​ໃນ​ເມືອງ​ແຄມ​ທະ​ເລ​ແຫ່ງ​ນຶ່ງ​ໃນ​ເຄັນ​ຢາ ຫຼັງ​ຈາກ​ການ​ໂຈມ​ຕີ​ບັ້ນ​ນຶ່ງ​ທີ່​ບັນດາ​ເຈົ້າ​ໜ້າທີ່ຖິ້ມ​ໂທດ​ໃສ່ ​ກຸ່ມ​ຫົວ​ຮຸນ​ແຮງ al-Shabab ​ໃນໂຊມາ​ເລຍ​.


ທ່ານ Abass Gullet ຫົວໜ້າ​ສະພາກາ​ແດງ​ເຄັນ​ຢາ ກ່າວ​ ຕໍ່​ວີ​ໂອ​ເອ ພະ​ແນ​ກ Swahili ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ພວກ​ມື​ປືນ​ ຍັງໄດ້​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ​ອື່ນໆ​ຕື່ມ​ອີກ ​ໃນ​ການ​ໂຈມ​ຕີ​ທີ່​ ເມືອງ Mpeketoni ​ໃນ​ຂະນະ​ທີ່ຜູ້​ຄົນກຳລັງ​ເຕົ້າ​ໂຮມ​ກັນ​ເບິ່ງ ​ການ​ແຂ່ງຂັນ​ກີລາ​ເຕະບານ​ໂລກ World Cup ຢູ່​ນັ້ນ.



ທ່ານ Gullet ​ເວົ້າ​ວ່າ “ມີ​ຜູ້​ຄົນ​ຈຳນວນ​ນຶ່ງ​ທີ່ໄດ້​ຮັບ​ບາດ​ເຈັບ ຊຶ່ງ​ບໍ່​ໄດ້ຮັບ​ ການ​ຢືນຢັນ​ໂຕ​ເລກ ​ແຕ່ພວກ​ເຮົາກຳລັງພະຍາຍາມ​ເບິ່ງ​ນຳ​ພວກ​ກຳລັງ ຮັກສາ​ຄວາມ​ປອດ​ໄພ​ຂອງ​ລັດຖະບານ. ​ແຕ່​ມີ​ຊັບ​ສິນໄດ້​ຖືກ​ທຳ​ລາຍ​ເຊັ່ນ​ ກັນ. ມີ​ໂຮງແຮມ 2 ຫຼັງ​ ແລະ​ທະນາຄານ 2 ​ແຫ່ງ ​ແລະ​ລົດ​ລາ​ຫຼາຍ​ຄັນ​ ໄດ້​ຖືກ​ໄຟ​ເຜົາ. ຂ້າພະ​ເຈົ້າ​ຄຶດ​ວ່າ ພວກ​ໂຈມ​ຕີ​ໄດ້​ພາກັນ​ເອົາ​ໂຕ​ຫລົບ ໜີ​ໄປຫລັງ​ຈາກ​ນັ້ນ​.”


ພວກ​ທີ່​ເຫັນ​ເຫດການ​ເກີດ​ຂຶ້ນ​ກ່າວ​ວ່າ ​ໄດ້​ມີການ​ຍິງ​ຕໍ່ສູ້​ກັນ​ເປັນ​ເວລາ 4 ຊົ່ວ​ໂມງ. ​ເວລາ​ນີ້​ຍັງ​ບໍ່​ທັນ​ມີກຸ່ມ​ໃດ ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້ ​ເທື່ອ ຮວມທັງ​ກຸ່ມ al-Shabab ນຳ. ກຸ່ມ​ອິສລາມ​ດັ່ງກ່າວ ໄດ້​ຢູ່​ເບື້ອງ​ຫຼັງ​ຂອງ​ການ ​ໂຈມ​ຕີ​ ຈຳນວນ​ນຶ່ງ​ໃນ​ເຄັນ​ຢາ ທີ່ໄດ້​ສົ່ງ​ ທະຫານ​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ຊ່ອຍ​ໂຊ ​ມາ​ເລຍ​ ປາບ​ກຸ່ມ al-Shabab​ ​ນັ້ນ.
ມືປືນກຸ່ມ Al-Shabab ສັງຫານ ປະຊາຊົນ 48 ຄົນ ໃນເຄັນຢາ (ວີດີໂອ/ສະໄລດ໌)
  • Title : ມືປືນກຸ່ມ Al-Shabab ສັງຫານ ປະຊາຊົນ 48 ຄົນ ໃນເຄັນຢາ (ວີດີໂອ/ສະໄລດ໌)
  • Posted by :
  • Date : 15:09
  • Labels :
  • Blogger Comments
  • Facebook Comments

0 comments:

Post a Comment

Top