ຂປລ. ສື່ມວນຊົນ ຈາກ 6 ແຂວງພາກກາງຄື: ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ບໍລິຄຳໄຊ, ໄຊສົມບູນ, ຄຳມ່ວນ ແລະ ແຂວງສະຫວັນນະເຂດ ໄດ້ຮັບການຍົກລະດັບດ້ານວິຊາສະເພາະໃນຫົວຂໍ້ “ການປະຕິບັດເປົ້າໝາຍສະຫັດສະວັດດ້ານການພັດທະນາ ແລະ ລຶບລ້າງຄວາມທຸກຍາກຢູ່ ສປປ ລາວ” ໃນລະຫວ່າງວັນທີ 17-20 ມິຖຸນາ 2014 ນີ້ຢູ່ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ, ໂດຍມີທ່ານ ສະຫວັນຄອນ ຣາຊະມຸນຕຣີ ລັດຖະມົນຕີຊ່ວຍວ່າການ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ຮອງປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ມີທ່ານ ນາງ ບຸນຍົງ ສີສຸວັນນະຄອນ ຮອງເຈົ້າແຂວງໆບໍລິຄຳໄຊ, ທ່ານ ລຳສະໄໝ ວໍລະສານ ຫົວໜ້າພະແນກ ຖວທ ແຂວງ, ພ້ອມດ້ວຍວິທະຍາກອນ ແລະ ສຳມະນາກອນ 40 ກວ່າຄົນເຂົ້າຮ່ວມ.
ທ່ານ ສະຫວັນຄອນ ຣາຊະມຸນຕຣີ ກ່າວວ່າ: ການຈັດຊຸດອົບຮົບຄັ້ງນີ້ ແມ່ນສືບຕໍ່ຍົກລະດັບຄວາມຮູ້ຄວາມສາມາດ ແລະ ປະສົບການໃໝ່ໆ ດ້ານສື່ມວນຊົນໃຫ້ນັກຂ່າວຢູ່ສູນກາງ ແລະ ທ້ອງຖິ່ນ, ໄດ້ຮູ້ຈັກວິທີການກະກຽມກ່ອນໄປເອົາຂ່າວ, ສຳພາດຂ່າວ, ສົ່ງຂ່າວກ່ຽວກັບການປະຕິບັດເປົ້າ ໝາຍສະຫັດສະວັດດ້ານການພັດທະນາ ແລະ ລຶບລ້າງຄວາມທຸກຍາກຢູ່ ສປປ ລາວ. ສື່ມວນຊົນ ມີພາລະບົດບາດນັບມື້ນັບສູງຂຶ້ນ, ມີອິດທິພົນຕໍ່ແນວຄິດ, ວິຖີຊິວິດຂອງຄົນໃນສັງຄົມ, ສະພາບການ ແລະ ວິວັດທະນາການບໍ່ວ່າດ້ານການເມືອງ, ເສດຖະກິດ, ວັດທະນະທຳ ແລະ ສັງຄົມ ລວມທັງດ້ານ ວິທະຍາສາດເຕັກໂນໂລຊີທີ່ມີການພັດທະນາ ແລະ ປ່ຽນແປງຢູ່ຕະຫລອດເວລາ, ນັກຂ່າວຈຶ່ງຕ້ອງມີຄວາມສະດຸ້ງໄວ, ຮູ້ ແລະ ເຂົ້າໃຈ ບັນຫາຢ່າງຖືກຕ້ອງກ່ອນນຳມາເຜີຍແຜ່ໃຫ້ວ່ອງໄວທັນກັບສະພາບການ, ຄົບຖ້ວນ, ຊັດເຈນ, ຮອບຄອບ ແລະ ມີຄວາມຮັບຜິດຊອບສູງ. ຄຽງຄູ່ກັນນີ້ ໃນປີ 2015 ບັນດາປະເທດອາຊຽນຈະເປັນປະຊາຄົມເສດຖະກິດອາຊຽນ, ສະນັ້ນ ນັກຂ່າວແຕ່ລະຄົນຕ້ອງກຽມພ້ອມໃນການຮ່ວມມື ແລະ ສື່ສານ ກັບ ບັນດາສື່ຂອງປະເທດເຫລົ່ານີ້.

ຊຸດອົບຮົມດັ່ງກ່າວ ຈັດຂຶ້ນໂດຍ ສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ອົງການ ສປຊ ເພື່ອການພັດທະນາ, ມີເປົ້າໝາຍຈັດຢູ່ 3 ຈຸດ, ພາຍ ຫລັງທີ່ສຳເລັດຢູ່ແຂວງບໍລິຄຳໄຊ ກໍຈະສືບຕໍ່ຈັດຂຶ້ນຢູ່ ແຂວງສາລະວັນ ສຳລັບ 4 ແຂວງພາກໃຕ້ ແລະ ແຂວງອຸດົມໄຊ ສຳລັບ 8 ແຂວງພາກເໜືອ./.
0 comments:
Post a Comment