728x90 AdSpace

ຂ່າວຫລ້າສຸດ

Tuesday 17 June 2014

ລະດົມ​ປວງ​ຊົນ ພ້ອມ​ກັນ​ອະນາ​ໄມ-ທຳລາຍ​ແຫ​ລ່ງ​ເພາະ​ພັນ​ຍຸງ​ລາຍ



ຂປລ. ໃນໂອ​ກາດການສະເຫລີມສະຫລອງ ວັນຕ້ານໄຂ້ເລືອດອອກອາຊຽນ 17 ມິຖຸນາ 2014 ນີ້, ທີ່ສຳນັກປົກຄອງເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ທ່ານ ຮສຈ. ບຸນກອງ ສີຫາວົງ ລັດຖະມົນຕີຊ່ວຍວ່າການກະຊວງ ສາທາລະນະສຸກ, ທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມອຳນາດການ ປົກຄອງບ້ານທົ່ວເມືອງສີໂຄດຕະບອງ  ໄດ້ເຂົ້າຮ່ວມເປີດບັ້ນໂຄສະນາເຜີຍແຜ່ ແລະ ປຸກລະດົມໃຫ້ພໍ່ແມ່ປະຊາຊົນເຫັນຄວາມສຳຄັນ ໃນການອະນາໄມ ແລະ ທຳລາຍແຫລ່ງເພາະພັນຂອງຍຸງລາຍຢູ່ພາຊະນະຕ່າງໆ ທັງໃນ ແລະ ອ້ອມບໍລິເວນເຮືອນທຸກອາທິດ ເພື່ອປ້ອງກັນພະຍາດໄຂ້ເລືອດອອກໃນຄອບຄົວ ແລະ ບ້ານຂອງຕົນ.
ທ່ານ ຮສຈ ບຸນກອງ ສີຫາວົງ ຊີ້ໃຫ້ເຫັນວ່າ: ໃນປີ 2010 ບັນດາລັດຖະມົນຕີວ່າການກະ ຊວງສາທາລະນະສຸກອາຊຽນ ໄດ້ເປັນເອກະພາບກັນກຳນົດເອົາວັນທີ 15 ມິຖຸນາຂອງທຸກປີ ເປັນວັນຕ້ານ ໄຂ້ເລືອດອອກອາຊຽນ, ການສະເຫລີມສະຫລອງວັນຕ້ານໄຂ້ເລືອດອອກອາຊຽນປີນີ້ ຈຸດປະສົງຫລັກ ເພື່ອປຸກລະດົມປະຊາຊົນເປັນເຈົ້າການທຳລາຍບ່ອນທີ່ຍຸງມັກວາງໄຂ່ເປັນຕົ້ນ ຮ່ອງລະບາຍນ້ຳອ້ອມເຮືອນ, ພາຊະນະເກັບນ້ຳຕ່າງໆເຊັ່ນ: ສານພະພູມ, ໄຫ, ຟຸ້ຍ, ຢາງຕີນລົດ, ຖັງຂີ້ເຫຍື້ອ ແລະ ອື່ນໆ. ສ່ວນ ຢູ່ໃນ ເຮືອນກໍຄວນເອົາໃຈໃສ່ອະນາໄມອ່າງເກັບນ້ຳໃນຫ້ອງນ້ຳ, ເຕົ້າດອກໄມ້, ຖາດຮອງຕີນຕູ້, ບ່ອນໂຕ່ງ ນ້ຳຕູ້ນ້ຳເຢັນ, ຖາດຮອງຈອກກິນນ້ຳ ແລະ ອື່ນໆ.  ທັງນີ້ເພື່ອປ້ອງກັນ ແລະ ຫລຸດຜ່ອນການລະບາດ ຂອງພະຍາດໄຂ້ເລືອດອອກ ຊຶ່ງປັດຈຸບັນກຳລັງມີການລະບາດຢູ່ບັນດາແຂວງໃຫຍ່ຂອງປະເທດລາວ ມີປະ ມານ 778 ກໍລະນີ ແຕ່ບໍ່ທັນມີຜູ້ເສຍຊີວິດ.
ທ່ານ ຮສຈ ບຸນກອງ ສີຫາວົງ ຍັງກ່າວຕື່ມວ່າ: ບັນດາປະເທດສະມາຊິກອາຊຽນ ໄດ້ມີຄວາມເປັນ ຫ່ວງຕໍ່ສະພາບການລະບາດຂອງພະຍາດໄຂ້ເລືອດອອກເປັນຢ່າງຍິ່ງ ເພາະເຫັນວ່າ ໃນທົ່ວໂລກມີຜູ້ ຕິດເຊື້ອພະຍາດໄຂ້ເລືອດອອກ ໃນແຕ່ລະປີປະມານ 50-100 ລ້ານຄົນ, ໃນນັ້ນ 75% ແມ່ນຢູ່ໃນພາກພື້ນ ອາຊີ-ປາຊີຟິກ. ປະຊາກອນຂອງປະເທດສະມາຊິກອາຊຽນ ລ້ວນແຕ່ມີການຕິດເຊື້ອພະຍາດໄຂ້ເລືອດອອກ ໃນປະລິມານສູງ, ການເຈັບ ແລະ ການຕາຍ ຈາກພະຍາດນີ້ ໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດ ຖະກິດ-ສັງຄົມ ຂອງແຕ່ລະປະເທດຫລາຍສົມຄວນ, ສະນັ້ນ ບັນດາປະເທດສະມາຊິກ ໄດ້ມີການພັດທະນາ ແຜນງານປ້ອງກັນ ແລະ ຄວບຄຸມໄຂ້ເລືອດອອກ ໃຫ້ສອດຄ່ອງກັບຍຸດທະສາດຂອງພາກພື້ນ ເພື່ອລະດົມ ໃຫ້ທຸກພາກສ່ວນໃນສັງຄົມມີສ່ວນຮ່ວມ ໂດຍສະເພາະແມ່ນພາກລັດ ແລະ ເອກກະຊົນ ຕ້ອງໄດ້ຮັບການປັບປຸງໃຫ້ມີຄວາມເຂັ້ມແຂງກວ່າເກົ່າ./.

ລະດົມ​ປວງ​ຊົນ ພ້ອມ​ກັນ​ອະນາ​ໄມ-ທຳລາຍ​ແຫ​ລ່ງ​ເພາະ​ພັນ​ຍຸງ​ລາຍ
  • Title : ລະດົມ​ປວງ​ຊົນ ພ້ອມ​ກັນ​ອະນາ​ໄມ-ທຳລາຍ​ແຫ​ລ່ງ​ເພາະ​ພັນ​ຍຸງ​ລາຍ
  • Posted by :
  • Date : 14:52
  • Labels :
  • Blogger Comments
  • Facebook Comments

0 comments:

Post a Comment

Top