728x90 AdSpace

ຂ່າວຫລ້າສຸດ

Tuesday 17 June 2014

ຍົກ​ສູງ​ຄຸນ​ນະພາ​ບດ້ານ​ເນື້ອ​ໃນ ​ກຽມ​ເຂົ້າ​ກອງ​ປະຊຸມ​ສະ​ໄໝ​ສາມັນ ​ ເທື່ອ​ທີ 7 ຂອງສະພາ​ແຫ່ງ​ຊາດ ຊຸດ​ທີ VII



ຂປລ. ຊຸດ​ສຳ​ມະ​ນາຍົກ​ສູງ​ຄຸນ​ນະພາ​ບດ້ານ​ເນື້ອ​ໃນ​ ກະກຽມໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ​ໄດ້​ຈັດ​ຂຶ້ນ ​ແຕ່​ວັນ​ທີ 16-19 ມິຖຸນາ 2014 ທີ່ ສູນ​ການຮ່ວມມື​ສາກົນ ​​ແລະ ຝຶກ​ອົບຮົມ (ICTC) ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ, ມີທ່ານ ສົມ​ສະຫວາດ ​​ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້​ຊີ້​ນຳ​ວຽກ​ງານ​ເສດຖະກິດ, ພ້ອມຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ລັດຖະມົນຕີ​ວ່າການ, ຊ່ວຍ​ວ່າການ ​ແລະ ບັນດາວິທະຍາກອນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເຂົ້າ​ຮ່ວມ.



ສຳ​ມະ​ນາ​ໃນ​ຄັ້ງ​ນີ້ ຈະ​ໄດ້​ຮັບ​ຟັງ​ການນຳ​ສະ​ເໜີ​ຫົວ​ຂໍ້​ຕ່າງໆ ຈາກ​ກະຊວງ​​ທີ່​ກ່ຽວຂ້ອງ ​ແລະ ຊ່ຽວຊານ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໄປ​ພ້ອມ​ກັບ​ ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ມີ​ຈຸດ​ສຸມ​ຂອງ​ບັນດາ​ກຳມາ​ທິການ​ທີ່​ກ່ຽວຂ້ອງ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ຜູ້​ແທນທີ່​ເຂົ້າຮ່ວມ ຊຶ່ງຈະ​ໄດ້​ສຸມ​ໃສ່​ ບາງ​ບັນຫາ​ທີ່​ສຳຄັນ ​ເປັນ​ຕົ້ນ​ ຮັບ​ຟັງການ​ລາຍ​ງານ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ບັນດາ​ຕົວ​ເລກ​ຄາດໝາຍ​ໃນ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ​ແຜນ​ງົບປະມານ 6 ​ເດືອນ​ຕົ້ນ​ສົກປີ  ​ແລະ  6 ​ເດືອນ​ທ້າຍສົກ​ປີ 2013-2014 ລວມທັງ​ການ​ດັດ​ແກ້​ແຜນ​ງົບປະມານ​ແຫ່ງ​ລັດ 6 ​ເດືອນ​ທ້າຍ​ປີ 2013-2014  ​ແລະ ​ແຜນການ​ສົກ​ປີ 2014-2015, ຮັບຟັງ​ການສະ​ເໜີ​ບາງ​ເນື້ອ​ໃນ​ສຳຄັນ​ທີ່​ຈະ​ປັບປຸງ ​ແລະ ສ້າງ​ໃໝ່​ຂອງ​ກົດໝາຍ​ຈຳນວນ 5 ສະບັບ​ຄື: ກົດໝາ​ຍສ້າງ​ໃໝ່ 2 ສະບັບ: ກົດ​ໝາຍວ່າ​ດ້ວຍ​ການກວດ​ສອບ​ເອກະລາດ ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ສະກັດ​ກັ້ນ ​ແລະ​ ຕ້ານ​ການ​ຟອກ​ເງິນ, ການ​ສະໜອງ​ເງິນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ; ກົດໝາຍ​ປັບປຸງ 3 ສະບັບ​ຄື: ກົດໝາຍ​ວ່າ​ດ້ວຍ​ອາກອນ​ມູນ​ຄ່າ​ເພີ່ມ, ກົດໝາຍ​ວ່າ​ດ້ວຍ​ມາດຕະຖານ ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ແກ້​ໄຂ​ຄຳ​ຮ້ອງທຸກ ​ແລະ ຮັບ​ຟັງ​ການ​ລາຍ​ງານ​ສະພາບ​ພົ້ນ​ເດັ່ນ​ຂອງ​ພາກ​ພື້ນ ​ແລະ ສາກົນ.
ໂອກາດ​ດັ່ງກ່າວ, ທ່ານ ນາງ ປານີ ຢາ​ທໍ່​ຕູ້ ກ່າວ​ວ່າ: ການຈັດ​ຊຸດ​ສຳ​ມະ​ນາ​​ຄັ້ງ​ນີ້ ​ເພື່ອ​ປຶກສາ​ຫາລື ​ແລະ ​ແລກປ່ຽນ​ຄວາມ​ຄິດ​ເຫັນ​ຕໍ່ບາງ​ເນື້ອ​ໃນ​ ທີ່​ສຳຄັນ​ຂອງ​ຊາດ ຊຶ່ງ​ຈະ​ໄດ້​ນຳ​ເຂົ້າ​ພິຈາລະນາ ​ແລະ ຮັບ​ຮອງ​ເອົາ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ຊຶ່ງ​ຈະ​ ໄດ້​ໄຂ​ຂຶ້ນ​ໃນ​ຕົ້ນ​ເດືອນ​ກໍລະກົດ ທີ່​ຈະ​ມາ​ເຖິງ​ນີ້  ​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ເຂົ້າ​ໃຈ, ຄວາມ​ເປັນ​ເອກະ​ພາບ​ທາງ​ດ້ານ​ທັດສະນະ, ບັນດາ​ຕົວ​ເລກຄາດ ໝາຍ​ໃຫຍ່, ທິດ​ທາງ, ນະ​ໂຍບາຍ ​ແລະ ມາດ​ຕະການ​ຈຳນວນ​ໜຶ່ງ ລວມທັງ​ຄວາມ​ເຂົ້າ​ໃຈ​ທາງ​ດ້ານ​ວິຊາ​ການ; ​ຮັບປະກັນ​​ການ​ຕົກລົງ​ບັນຫາ​ສຳຄັນ​ ຂອງ​ສະພາ​ແຫ່ງ​ຊາດ​ໃຫ້​ຖືກຕ້ອງ ​ແລະ ສອດຄ່ອງ​ກັບ​ມະຕິ IX ຂອງ​ພັກ ກໍ​ຄື​ບັນດາ​ມະຕິ​ຕ່າງໆ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ໃນ​ການ​ປົກ​ປັກ​ ຮັກສາ ​ແລະ ສ້າງສາພັດທະນາ​ປະ​ເທດ​ຊາດ​ໃນ​ໄລຍະ​ໃໝ່, ສ້າງ​ບາດກ້າວ​ຫັນປ່ຽນ​ໃໝ່​ດ້ວຍ​ຈິດ​ໃຈ​ບຸກທະລຸ​ໃນ​ການ​ສືບຕໍ່​ຍູ້​ແຮງ​ການຈັດ​ຕັ້ງ​ປະຕິບັດ ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ​ແຜນ​ງົບປະມານ 6 ​ເດືອນ​ທ້າ​ຍສົກ​ປີ 2013-2014 ​ແລະ ​ແຜນການສົກ​ປີ 2014-2015 ດ້ວຍ​ຜົນສຳ​ ເລັດ​ໃໝ່​ໃຫຍ່​ຫລວງ​ກວ່າ​ເກົ່າ./.
ຍົກ​ສູງ​ຄຸນ​ນະພາ​ບດ້ານ​ເນື້ອ​ໃນ ​ກຽມ​ເຂົ້າ​ກອງ​ປະຊຸມ​ສະ​ໄໝ​ສາມັນ ​ ເທື່ອ​ທີ 7 ຂອງສະພາ​ແຫ່ງ​ຊາດ ຊຸດ​ທີ VII
  • Title : ຍົກ​ສູງ​ຄຸນ​ນະພາ​ບດ້ານ​ເນື້ອ​ໃນ ​ກຽມ​ເຂົ້າ​ກອງ​ປະຊຸມ​ສະ​ໄໝ​ສາມັນ ​ ເທື່ອ​ທີ 7 ຂອງສະພາ​ແຫ່ງ​ຊາດ ຊຸດ​ທີ VII
  • Posted by :
  • Date : 14:47
  • Labels :
  • Blogger Comments
  • Facebook Comments

0 comments:

Post a Comment

Top